ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ຮ່ວມກັນປຶກສາຫາລື ບາງບັນຫາສຳຄັນ ເພື່ອສືບຕໍ່ປັບປຸງບັນຍາກາດການລົງທຶນ ໃນ ສປປ ລາວ

Published by NIU on

ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 14 ມິຖຸນາ 2024, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 22 ເຊິ່ງກອງປະຊຸມດັ່ງກ່າວ ແມ່ນເວທີ ປຶກສາຫາລື ລະຫວ່າງພາກລັດ, ພາກທຸລະກິດ, ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອແລກປ່ຽນຄຳຄິດເຫັນ ຕໍ່ກັບບັນຫາພົ້ນເດັ່ນ ທີ່ເປັນອຸປະສັກຕໍ່ການຄ້າ ແລະ ການລົງທຶນ ແລະ ພ້ອມດຽວກັນນັ້ນ ກໍ່ເປັນການສ້າງຄວາມເປັນເອກະພາບ ກ່ຽວກັບບັນດາມາດຕະການທີ່ຈຳເປັນ ໃນການລົບລ້າງ ບັນດາສິ່ງທີ່ກີດຂວາງຕໍ່ກັບການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການລົງທຶນ.

ກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 22 ນີ້ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ປ.ອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ປະທານຮ່ວມໂດຍ ທ່ານ ນາງ Ina Marciulionyte ເອກອັກຄະລັດຖະທູດສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ, ແລະ ທ່ານ Heather Variava ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ. ພ້ອມດ້ວຍຜູ້ເຂົ້າຮ່ວມຫຼາຍກວ່າ 80 ທ່ານ ຈາກຂະແໜງການກ່ຽວຂ້ອງພາກລັດ, ບັນດາສະຖານທູດ, ບັນດາຄູ່ຮ່ວມພັດທະນາ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ບັນດາສະມາຄົມທຸລະກິດພາຍໃນ ແລະ ຕ່າງປະເທດ ແລະ ບັນດາສະພາການຄ້າ ແລະ ສະມາຄົມທຸລະກິດຕ່າງປະເທດ ທີ່ປະຈຳຢູ່ໃນ ສປປ ລາວ.

ໃນບົດກ່າວເປີດກອງປະຊຸມ, ທ່ານ ຮອງລັດຖະມັນຕີ ປ.ອ ມະໂນທອງ ວົງໄຊ ໄດ້ກ່າວເນັ້ນວ່າ ບັນດານະໂຍບາຍ ແລະ ທຸກໆຄວາມຕັ້ງໃຈຂອງລັດຖະບານ ໄດ້ມີບົດບາດສຳຄັນ ໃນການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການລົງທຶນ ໂດຍທ່ານໄດ້ກ່າວວ່າ “ລັດຖະບານພວກເຮົາ ໄດ້ຍຶດໝັ້ນໃນການຈັດຕັ້ງປະຕິບັດຫຼາຍມາດຕະການທີ່ສຳຄັນ ເພື່ອສະໜັບສະໜູນການປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການລົງທຶນ ໂດຍສະເພາະ ການສ້າງຄວາມສະດວກໃຫ້ແກ່ການເລີ່ມຕົ້ນທຸລະກິດ ໂດຍການປັບປຸງກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ລວມທັງບັນດາມາດຕະການ ແລະ ຄຳແນະນຳ ທີ່ຕິດພັນກັບການລົງທຶນ; ເຖິງຢ່າງໃດກໍ່ຕາມ, ການຈັດຕັ້ງປະຕິບັດການປັບປຸງເຫລົ່ານີີ້ ຍັງເປັນສິ່ງທ້າທາຍຢູ່ ໂດຍສະເພາະໃນຂັ້ນທ້ອງຖິ່ນ.”.

ທ່ານທູດ Marciulionyte, ກໍ່ໄດ້ກ່າວຢ້ຳເຖິງບັນຫາສຳຄັນ ທີ່ເປັນອຸປະສັກຕໍ່ການພັດທະນາພາກເອກະຊົນ ໂດຍທ່ານໄດ້ກ່າວວ່າ “ໃນຫລາຍໆບັນຫາທີ່ພົ້ນເດັ່ນ ສຳລັບປີ 2024 ນີ້ ພວກເຮົາໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບພາຍໃນອົງກອນຜູ້ໃຫ້ທຶນ, ສະພາການຄ້າຕ່າງປະເທດ ກຳນົດບາງບັນຫາທີ່ເປັນບູລິມະສິດ ເພື່ອສະເໜີພິຈາລະນາແກ້ໄຂ ເຊັ່ນ: ບັນຫາທີ່ຕິດພັນກັບການຄຸ້ມຄອງອັດຕາແລກປ່ຽນ ເປັນຕົ້ນແມ່ນຂໍ້ຕົກລົງເລກທີ 333 ຂອງທະນາຄານແຫ່ງ ສປປ ລາວ, ການເກັບອັດຕາຄ່າຂົນສົ່ງຜ່ານແດນທີ່ສູງ ຂອງທ່າບົກ ແລະ ດຳລັດເລກທີ 238/ລບ ວ່າດ້ວຍສະມາຄົມ ໂດຍກຳນົດບໍ່ອະນຸຍາດໃຫ້ຄົນຕ່າງປະເທດໃນນາມຕາງໜ້າໃຫ້ກັບທຸລະກິດ, ຜູ້ຊ່ຽວຊານຕ່າງປະເທດ ຫຼື ອາສາສະໝັກຄົນຕ່າງປະເທດ ເຮັດວຽກປະຈໍາໃນສະມາຄົມເສດຖະກິດ”.

ກອງປະຊຸມໄດ້ແບ່ງເປັນສອງພາກ ໂດຍພາກທຳອິດໄດ້ນຳສະເໜີກ່ຽວກັບບັນດາວຽກງານການປັບປຸງ ແລະ ປະຕິຮູບ ທີ່ກຳລັງດຳເນີນຢູ່ ເພື່ອຊ່ວຍປັບປຸງສະພາບແວດລ້ອມດ້ານການຄ້າ ແລະ ການລົງທຶນ ເຊັ່ນ: ການປັບປຸງດຳລັດວ່າດ້ວຍບັນຊີກິດຈະການຄວບຄຸມ ແລະ ກິດຈະການສຳປະທານ ລວມທັງຄວາມຄືບໜ້າການປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໂດຍຕາງໜ້າຈາກກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ, ຕາມດ້ວຍການລາຍງານກ່ຽວກັບການຈັດຕັ້ງປະຕິບັດບູລິມະສິດພາຍໃຕ້ເສົາຄ້ຳເສດຖະກິດ ສຳລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍຕາງໜ້າຈາກກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ.

ພາກທີສອງຂອງກອງປະຊຸມ ໄດ້ນຳສະເໜີກ່ຽວກັບກົນໄກການປຶກສາຫາລື ລະຫວ່າງພາກລັດ ແລະ ພາກເອກະຊົນ (PPD) ພາຍໃຕ້ກອງປະຊຸມທຸລະກິດລາວ ໂດຍຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເຊິ່ງໄດ້ສັງລວມໝາກຜົນຂອງກອງປະຊຸມ LBF ຄັ້ງທີ 15 ແລະ ບັນດາຂໍ້ສະເໜີບັນຫາບູລິມະສິດທີ່ໄດ້ຮັບຮອງໃນກອງປະຊຸມ LBF ຄັ້ງທີ 15 ຜ່ານມາ ເຊິ່ງຫົວຂໍ້ສຸດ ແມ່ນນຳສະເໜີໂດຍຕາງໜ້າຈາກຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບຂໍ້ຕົກລົງເລກທີ 004/ນຍ ຂອງທ່ານ ນາຍົກລັດຖະມົນຕີ ວ່າດ້ວຍການສ້າງຕັ້ງກົນໄກການປຶກສາຫາລືລະຫວ່າງພາກລັດ ແລະ ພາກເອກະຊົນ ພາຍໃຕ້ກອງປະຊຸມທຸລະກິດລາວ.

ໃນບົດກ່າວປິດ ທ່ານທູດ Variava, ກໍ່ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ກັບການປຶກສາຫາລືທີ່ເປັນປະໂຫຍດ ແລະ ກົງໄປກົງມາ ກ່ຽວກັບບັນດາການປະຕິຮູບດ້ານນະໂຍບາຍຂອງລັດຖະບານ ແນໃສ່ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການດຳເນີນທຸລະກິດ, ຊຸກຍູ້ການຄ້າ ແລະ ການລົງທຶນພາຍໃນປະເທດ ໂດຍທ່ານໄດ້ກ່າວວ່າ “ການສົນທະນາ ທີ່ພວກເຮົາມີຮ່ວມກັນໃນມື້ນີ້ ໄດ້ສ່ອງແສງເຖິງຫຼາຍບັນຫາທີ່ສຳຄັນ ທີ່ສົ່ງຜົນຕໍ່ການສົ່ງເສີມບັນດານະໂຍບາຍ ແລະ ມາດຕະການ ທີ່ຊຸກຍູ້ ແລະະ ສ້າງຄວາມສະດວກ ໃຫ້ແກ່ການຄ້າພາຍໃນປະເທດ ກໍ່ຄື ປະເທດໄກ້ຄຽງ. ບັນດາຄວາມພະຍາຍາມເຫຼົ່ານີ້ ແນໃສ່ການຫຼຸດຜ່ອນບັນດາອຸປະສັກ ແລະ ປັບປຸງຂະບວນການພັດທະນາ ແລະ ການເຕີບໂຕຂອງທຸລະກິດ ທົ່ວ ສປປ ລາວ”.

ທ່ານ ຮອງລັດຖະມົນຕີ ປ.ອ ມະໂນທອງ ວົງໄຊ ໄດ້ກ່າວສະຫລຸບກອງປະຊຸມ ໂດຍຢ້ຳຄືນບັນດາບັນຫາທີ່ສຳຄັນ ທີ່ທ່ານປະທານຮ່ວມໄດ້ກ່າວມາ ເຊັ່ນ: ຄວາມສຳຄັນຂອງການມີກອບກົດໝາຍການລົງທຶນທີ່ໂປ່ງໃສ ແລະ ສາມາດຄາດເດົາໄດ້ ພ້ອມທັງມີການປັບປຸງລະບຽບການດ້ານການຄ້າ ເພື່ອດຶງດູດການລົງທຶນທີ່ມີຄຸນນະພາບ. ໂດຍທ່ານໄດ້ກ່າວວ່າ “ຂ້າພະເຈົ້າເຫັນດີຕໍ່ການຕີລາຄາຂອງທ່ານປະທານຮ່ວມ ກ່ຽວກັບບົດບາດ ແລະ ຄວາມສຳຄັນ ຂອງກົນໄກປຶກສາຫາລື ລະຫວ່າງພາກລັດ ແລະ ເອກະຊົນ ພາຍໃຕ້ກອງປະຊຸມທຸລະກິດລາວ ແລະ ພວກເຮົາຕ້ອງເພີ່ມຄວາມພະຍາຍາມເປັນສອງເທົ່າໃນການແກ້ໄຂບັນດາບັນຫາທີ່ຍົກຂື້ນໃນກອງປະຊຸມ LBF ຄັ້ງທີ 15, ໂດຍສະເພາະການແກ້ໄຂບັນຫາບູລິມະສິດ ທີ່ກອງປະຊຸມ LBF ຄັ້ງທີ 15 ໄດ້ຮັບຮອງ,”.

ໃນບົດກ່າວປິດ ທ່ານ ຮອງລັດຖະມົນຕີ ຍັງໄດ້ກ່າວອີກວ່າ “ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ບັນດາຄູ່ຮ່ວມພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລຶອ ໃນການພັດທະນາແກ່ພວກເຮົາມາຍາວນານ ໂດຍສະເພາະໃນການອອກແບບ ແລະ ຈັດຕັ້ງປະຕິບັດ ການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ບັນຍາກາດການລົງທຶນ ຈະສືບຕໍ່ໃຫ້ການສະໜັບສະໜູນແກ່ພວກເຮົາຢ່າງຕໍ່ເນື່ອງ ໃນການປັບປຸງບັນດາຂົງເຂດສຳຄັນຂອງບັນຍາກາດການລົງທຶນ ທີ່ພວກເຮົາໄດ້ຮ່ວມກັນປຶກສາຫາລືໃນມື້ນີ້” ແລະ ຂໍຂອບໃຈຜູ້ເຂົ້າຮ່ວມທຸກທ່ານ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.

ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານ ພາຍໃຕ້ຂະບາຍການໂຕະມົນ ແລະ ເປັນເວທີຫຼັກສໍາລັບການປຶກສາຫາລື ດ້ານນະໂຍບາຍ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມໃນກອງປະຊຸມແມ່ນມາຈາກພາກລັດ, ຄູ່ຮ່ວມພັດທະນາ, ພາກທຸລະກິດ ແລະ ອົງການຈັດຕັ້ງສັງຄົມ. ສ່ວນໜ່ວຍງານຂະແໜງການອື່ນອີກ 9 ໜ່ວຍງານມີ: ສາທາລະນະສຸກ, ສຶກສາ, ການປົກຄອງ, ເສດຖະກິດມະຫາພາກ, ໂຄງລ່າງພື້ນຖານ, ການຄວບຄຸບບັນຫາຢາເສບຕິດ, ລະເບີດບໍ່ທັນແຕກ, ກະສິກໍາ ແລະ ພັດທະນາຊົນນະບົດ; ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

Follow by Email
Share