ສປປ ລາວໄດ້ ເປີດນຳໃຊ້ ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ ເຊິ່ງເປັນນະວັດຕະກຳໃໝ່ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ແລະ ຂັບເຄື່ອນນະວັດຕະກຳ

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 5 ສິງຫາ 2024 – ເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ໃນ ສປປ ລາວ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການສະໜັບສະໜູນຂອງອົງການພັດທະນາສາກົນ ປະເທດສະຫະລັດອາ ເມລິກາ (USAID) ໄດ້ເປີດນຳໃຊ້ ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ ທີ່ໄດ້ຮັບການປັບປຸງໃໝ່. ເວັບໄຊ ທີ່ຊົມໃຊ້ງ່າຍນີ້ ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ໃນການປົກປ້ອງນະວັດຕະກຳ ແລະ ແນວຄິດສ້າງສັນ ຂອງພວກເຂົາ ພ້ອມຍັງສົ່ງເສີມເສດຖະກິດໃຫ້ມີການຂະຫຍາຍໂຕ ແລະ ຄວາມສາມາດໃນ ການແຂ່ງຂັນ. ງານເປີດໂຕ ໃນມື້ນີ້ ຖືກຈັດຂຶ້ນພາຍໃຕ້ ການເປັນປະທານຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານນາງ Elizabeth Chambers ຮັກສາການຫົວໜ້າອົງການ USAID ປະຈຳ ສປປ ລາວ. ມີຜູ້ເຂົ້າຮ່ວມຈາກກະຊວງ ຕ່າງໆ ແລະ ພາກທຸລະກິດ ຫຼາຍກວ່າ 80 ທ່ານ.

ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ ຫຼື IP Portal dip.gov.la ໄດ້ຮັບການປັບປຸງໃໝ່ ແລະ ຖືກພັດທະນາ ໂດຍການ ສະໜັບສະໜູນ ຈາກອົງການ USAID ເຮັດໜ້າທີ່ເປັນບ່ອນສະໜອງແຫຼ່ງຂໍ້ມູນແບບຄົບວົງຈອນ, ມີຄຳແນະນຳ ທີ່ຊັດເຈນ ແລະ ເຂົ້າໃຈງ່າຍ ກ່ຽວກັບຊັບສິນທາງປັນຍາ ໂດຍລວມ. ຂັ້ນຕອນການສະມັກທີ່ງ່າຍດາຍຂຶ້ນ ຈະຊ່ວຍໃຫ້ຜູ້ປະກອບການ ສາມາດປົກປ້ອງການປະດິດຄິດແຕ່ງຂອງພວກເຂົາໄດ້, ໃນຂະນະທີ່ ການອະທິບາຍທີ່ເຂົ້າໃຈງ່າຍ ໃນເວັບໄຊ ກ່ຽວກັບ ສິດຕ່າງໆທີ່ກ່ຽວຂ້ອງກັບຊັບສິນທາງປັນຍາ ຈະຊ່ວຍຊຸກຍູ້ໃຫ້ເກີດວັດທະນະທຳດ້ານນະວັດຕະກຳ ແລະ ການຄົ້ນຄວ້າ ແລະ ການລົງທຶນດ້ານການພັດທະນາຫຼາຍຂຶ້ນ. ສິ່ງນີ້ ຍັງຈະຊ່ວຍກະຕຸ້ນໃຫ້ເກີດການສ້າງສັນສິນຄ້າ ແລະ ການບໍລິການໃໝ່ໆ ເພີ່ມຄວາມເຂັ້ມແຂງ ໃຫ້ແກ່ທຸລະກິດຂອງລາວ ເພື່ອສາມາດແຂ່ງຂັນໃນຕະຫຼາດສາກົນໄດ້.

ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ ໄດ້ກ່າວວ່າ “ງານເປີດໂຕ IP Portal ໃນຄັ້ງນີ້ ຖືເປັນບາດກ້າວທີ່ສຳຄັນ ສຳລັບວຽກງານຊັບສິນທາງປັນຍາ ຂອງ ສປປ ລາວ ເພື່ອສົ່ງເສີມສະພາບແວດລ້ອມ ທີ່ສະໜັບສະໜູນນະວັດຕະກຳ, ຄວາມຄິດສ້າງສັນ ແລະ ດຶງດູດການລົງທຶນ ຈາກຕ່າງປະເທດ. ແຫຼ່ງຂໍ້ມູນນີ້ ຈະຊ່ວຍສະໜອງເຄື່ອງມືທາງກົດໝາຍ ໃຫ້ແກ່ພາກທຸລະກິດ ໃນການປົກປ້ອງຊັບສິນທາງປັນຍາຂອງພວກເຂົາ. ພວກເຮົາມີຄວາມໝັ້ນໃຈວ່າ ແຫຼ່ງຂໍ້ມູນນີ້ ຍັງຊ່ວຍຂັບເຄື່ອນໃຫ້ເກີດວັດທະນະທຳຂອງການປະດິດຄິດສ້າງ ແລະ ຂັບເຄື່ອນພາກທຸລະກິດສູ່ຕະຫຼາດໂລດອີກດ້ວຍ.”

ຮັກສາການຫົວໜ້າອົງການ USAID ປະຈຳ ສປປ ລາວ ກໍໄດ້ສະແດງຄວາມຊົມເຊີຍຕໍ່ ລັດຖະບານ ສປປ ລາວ ໂດຍສະເພາະ ແມ່ນກະຊວງອຸດສາຫະກຳ ແລະ ການຄ້າ ໃນການນຳພາສ້າງຄວາມເຂັ້ມແຂງຕໍ່ ກອບວຽກ ແລະ ເຄື່ອງມືດ້ານຊັບສິນທາງປັນຍາ. ທ່ານໄດ້ກ່າວວ່າ: “ການຄຸ້ມຄອງ ແລະ ປົກປ້ອງ ຊັບສິນທາງປັນຍາ ຊ່ວຍໃຫ້ທຸລະ ກິດຂອງລາວ ໄດ້ປົກປ້ອງສິນຄ້າ, ຮວມທັງຂະບວນການ ແລະ ຍີ່ຫໍ້ ທີ່ມີຄວາມເອກະລັກ ຂອງພວກເຂົາ ເຊິ່ງມີຄວາມສຳຄັນ ໃນການ ເພີ່ມຂີດຄວາມສາມາດໃນການແຂ່ງຂັນ ທັງໃນຕະຫຼາດພາຍໃນ ແລະ ຕ່າງປະເທດ. ນາງຍັງກ່າວຕື່ມວ່າ: ອົງການ USAID ມີຄວາມພາກພູມໃຈ ທີ່ໄດ້ຮ່ວມມືນຳກະຊວງອຸດສາຫະກຳ ແລະ ການຄ້າ ໃນການປັບປຸງ ສະພາບແວດລ້ອມ ໃນການດຳເນີນທຸລະກິດ, ສົ່ງເສີມນະວັດຕະກຳ ແລະ ປັບປຸງການລົງທຶນ ໃນ ສປປ ລາວ ເຊິ່ງປະກອບສ່ວນໃນການສ້າງ ວຽກເຮັດງານທຳ ແລະ ພັດທະນາເສດຖະກິດ ຂອງ ສປປ ລາວ.”

ວຽກງານຊັບສິນທາງປັນຍາທີ່ເຂັ້ມແຂງ ບໍ່ພຽງແຕ່ ສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ແຕ່ຍັງດຶງດູດການ ລົງທຶນຈາກຕ່າງປະເທດ ເຊິ່ງຈະນຳໄປສູ່ ການສ້າງວຽກເຮັດງານທຳ, ການຖ່າຍທອດເຕັກໂນໂລຍີ ແລະ ຄວາມຈະເລີນດ້ານເສດຖະກິດ. IP Portal ນີ້ ຍັງມີບົດບາດສຳຄັນ ໃນການຮັກສາສິດທາງຊັບສິນທາງປັນຍາ, ຊຸກຍູ້ນະວັດຕະກຳ, ດຶງດູດການລົງລົງທຶນ ແລະ ພັດທະນາເສດຖະກິດ.

ໃນໄລຍະທີ່ຜ່ານມາ, ອົງການ USAID ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ຕໍ່ທຸລະກິດລາວ ໄດ້ຮ່ວມມືກັນຢ່າງໃກ້ສິດກັບກະຊວງອຸດສາຫະກຳ ແລະ ການຄ້າ ໃນການອຳນວຍຄວາມສະດວກດ້ານການຄ້າ ແລະ ສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍໃນການລົງທຶນ, ການຄ້າ ແລະ ຄວາມສາມາດດ້ານການແຂ່ງຂັນ ໃຫ້ແກ່ພາກທຸລະກິດ. ອົງການ USAID ໄດ້ສະໜອງການຊ່ວຍເຫຼືອ ຢ່າງຕໍ່ເນື່ອງ ໃຫ້ແກ່ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນການຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີ ກ່ຽວກັບ ເຄື່ອງໝາຍການຄ້າ, ແບບອຸດສາຫະກຳ, ສິດທິບັດ, ລິຂະສິດ ແລະ ປະເພດຊັບສິນທາງປັນຍາອື່ນໆ ພ້ອມກັບ ຂໍ້ຕົກລົງຂອງລັດຖະມົນຕີ ການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານກ່ຽວກັບການຈົດທະບຽນ ຊັບສິນອຸດສາຫະກໍາ ແລະ ພັນພືດໃໝ່ ແລະ ປັບປຸງເວັບໄຊກ່ຽວກັບສິດທາງຊັບສິນທາງປັນຍາ ໃຫ້ມີຄວາມທັນສະໃໝຂຶ້ນ.

Follow by Email
Share