Date
11/06/2024
Time
15:00 - 16:00
Location
Online

ຂໍເຊີນຊວນທ່ານເຂົ້າຮ່ວມງານສຳມະນາທາງອອນລາຍກ່ຽວກັບ ການກຽມຄວາມພ້ອມການເປັນພະນັກງານນຳທ່ຽວ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງດ້ານເສດຖະກິດ.

ວັນ ແລະ ເວ​ລາ: ວັນອັງຄານ ທີ 11​ມິຖຸນາ 2024

ເວລາ: 3:00 – 4:00 ໂມງແລງ

ເຂົ້າ​ຊົມ​ຟີ ຜ່ານ​ການ​ຖ່າຍ​ທອດ​ສົດ​​ທາງ Facebook: T4DLaos ແລະ Tholakhong (https://www.facebook.com/t4dlaos & https://www.facebook.com/tholakhong)

ຢ່າພາດໂອກາດດີໆ ທີ່ທ່ານຈະໄດ້ຮຽນຮູ້ກ່ຽວກັບ:

– ການເປັນພະນັກງານນຳທ່ຽວ ແລະ ການການຫຼຸດຜ່ອນຄວາມຊັບຊ້ອນ ຂອງຂັ້ນຕອນການອອກໃບອະນຸຍາດ ໃຫ້ແກ່ແມ່ຍິງໃນຂະແໜງການທ່ອງທ່ຽວ ນຳຜູ້ບັນຍາຍ ທ່ານ ນາງ ສະຫັວນດາລຸນ ວົງພະຈັນ, ຮອງ ປະທານ ສະມາຄົມພະນັກງານນຳທ່ຽວລາວ

– ສັກກະຍະພາບຂອງແມ່ຍິງໃນຂະແໜງການທ່ອງທ່ຽວ ແລະ ເສດຖະກິດ ໂດຍຜູ້ບັນຍາຍ ທ່ານນາງ ສີພອນໄພ ສິດທິໄຊ, ຮອງຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

ດຳເນີນການສົນທະນາໂດຍ: ນາງ ພູສົມພອນ ສີຫອມວົງ, ວິຊາການ ພະແນກອຳນວຍຄວາມສະດວກ ທາງດ້ານການຄ້າ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ.

ຂໍໃຫ້ທ່ານຕິດຕາມການສຳມະນາຕໍ່ໄປກັບພວກເຮົາ ກ່ຽວກັບການສົ່ງເສີມຄວາມເທົ່າທຽມທາງເພດ ແລະ ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ໃຫ້ແກ່ແມ່ຍິງ ຜ່ານກິດຈະກຳຕ່າງໆ ຂອງໂຄງການ ສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ (LCT) ເຊິ່ງໂຄງການ ໄດ້ຊ່ວຍເຮັດໃຫ້ ການແຈ້ງຂຶ້ນທະບຽນວິສາຫະກິດໄວຂຶ້ນ,​ ສະດວກຂຶ້ນ ແລະ ປະຍັດຄ່າໃຊ້ຈ່າຍ ໂດຍສະເພາະທຸລະກິດຂອງແມ່ຍິງ ຫຼື ແມ່ຍິງເປັນເຈົ້າຂອງ.

ການສົນທະນາຄັ້ງນີ້ ແມ່ນເປັນປະໂຫຍດຫຼາຍ ໃຫ້ແກ່:

– ຜູ້ນຳທ່ຽວ

– ແມ່ຍິງທີ່ເຮັດວຽກໃນຂະແໜງທ່ອງທ່ຽວ ຫຼື ເຮັດທຸລະກິດທ່ອງທ່ຽວ

– ຜູ້ທີ່ສົນໃຈຕໍ່ວຽກງານການສ້າງຄວາມເຂັ້ມແຂງດ້ານເສດຖະກິດໃຫ້ແກ່ແມ່ຍິງ

ຂໍເຊີນທ່ານເຂົ້າຮ່ວມຮັບ​ຟັງນຳພວກເຮົາ ແລະ ຊ່ວຍເຜີຍແຜ່ຂໍ້ມູນໃຫ້ແກ່ໝູ່ເພື່ອນຂອງທ່ານ. #LaoWomen’sEcnomicEmpowerment #LCT #Laos

Empowering Women in Tourism: Join us FRE!

Date: Tuesday, June 11th

Time: 3:00 PM – 4:00 PM

Platform: T4DLaos & Tholakhong Facebook Pages (https://www.facebook.com/t4dlaos & https://www.facebook.com/tholakhong)

Don’t miss this exciting opportunity to learn about:

– Tour guiding and navigating red tape for women with Ms. Savanhdaloun Vongphachan, Vice President of the Lao Tourist Guide Association.

– The underused potential of women in tourism and the economy with Ms. Siphonesay Siphixay, Deputy Director of the Department of Tourism Business Management.

Moderated by: Phousomphone Sihomvong, Technical Officer, Trade Facilitation Division, Department of Foreign Trade, Ministry of Industry and Commerce.

Stay tuned for the next series! We’ll discuss promoting gender equality and women’s economic empowerment through initiatives like the Lao Competitiveness and Trade Project. This project helps make business registration faster, smoother, and cheaper, especially beneficial for women-led and owned businesses.

This webinar is perfect for:

– Tour guides

– Women in tourism

– Anyone interested in women’s empowerment and economic development

Spread the word and join us!

#LaoWomen’sEcnomicEmpowerment #LCT #Laos

Follow by Email
Share