ກອງປະຊຸມພາກທຸລະກິດ ພາຍໃຕ້ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ 3 ແຂວງພາກເໜຶອ (ແຂວງອຸດົມໄຊ, ຫຼວງນຳ້ທາ ແລະ ແຂວງຜົ້ງສາລີ)
ໃນລະຫວ່າງວັນທີ 04-05 ທັນວາ 2019 ຜ່ານມາ, ກອງເລຂາກອງປະຊຸມທຸລະກິດຂັ້ນແຂວງ ໄດ້ຈັດກອງປະຊຸມ ປຶກສາຫາລືທຸລະກິດ ຄັ້ງທີ່1 ຂື້ນຢູ່ທີ່ ແຂວງອຸດົມໄຊ, ແຂວງຫຼວງນຳ້ທາ, ແລະ ໃນວັນທີ 19 ທັນວາ 2019 ຢູ່ທີ່ແຂວງຜົ້ງສາລີ, ພາຍໃຕ້ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ 3 ແຂວງພາກເໜຶອ ທີ່ ຫ້ອງປະຊຸມພະແນກ ອຄ ແຂວງ. ມີຜູ້ເຂົ້າຮ່ວມຈາກ ພາກທຸລະກິດແຂວງລະ 5 ຂະແໜງການພາຍໃນແຕ່ລະແຂວງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລືບັນຫາທີ່ພົບພໍ້ ເພື່ອເປີດໂອກາດໃຫ້ຜູ້ປະກອບການສາມາດ ສະເໜີບັນຫາທີ່ເປັນບູລິມະສິດລວມ ຂອງຂະແໜງການຕົນ ທີ່ຕ້ອງການສະເໜີໃຫ້ທາງພາກລັດແກ້ໄຂ. ໃຫ້ກຽດເປັນປະທານກອງປະຊຸມໂດຍຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກຳ ແລະ ພະແນກ ອຸດສາຫະກຳ ແລະ ການຄ້າແຂວງ.
ກອງປະຊຸມດັ່ງກ່າວ ແມ່ນໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງການປຶກສາຫາລືລະຫວ່າງພາກລັດ ແລະ ທຸລະກິດຂັ້ນແຂວງ ເຊິ່ງຈະເປັນກົນໄກອັນສຳຄັນໃຫ້ກັບພາກທຸລະກິດ ສາມາດສະເໜີບັນຫາທີ່ເປັນບູລິມະສິດ ຂອງທຸກຂະແໜງການທີ່ພົບພໍ້ໃຫ້ພາກລັດທີ່ກ່ຽວຂ້ອງ ເພື່ອຊອກຫາວິທີທາງປັບປຸງແກ້ໄຂ ໃຫ້ແທດເໝາະກ່ວາເກົ່າ. ເຊິ່ງຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ສະ ເໜີບັນຫາ ແລະ ປຶກສາຫາລືກັນ ຢ່າງກົງໄປກົງມາ ແລະ ເປັນເອກະພາບກັນກ່ຽວກັບບັນຫາບຸລິມະສິດ ທີ່ຕ້ອງໄດ້ມີການປຶກສາຫາລື ກັບບັນດາຂະແໜງການ ທີ່ກ່ຽວຂ້ອງໃນຂັ້ນຕໍ່ໄປ. ຜ່ານກອງປະຊຸມດັ່ງກ່າວ, ສາມາດສັງລວມບັນຫາບຸລິມະສິດ ຂອງແຕ່ລະແຂວງໄດ້ດັ່ງນີ້:
1.ແຂວງອຸດົມໄຊ
1)ການສົ່ງອອກ ສາລີ ຈາກ ສປປ ລາວ ໄປ ສປ ຈີນ ແມ່ນມີຂັ້ນຕອນຫຍຸ້ງຍາກ ແລະ ບໍ່ຊັດເຈນ;
2)ບໍ່ມີການຄຸ້ມຄອງການເກັບຊື້ ສາລີ ແລະ ຢາງພາລາ, ການເກັບຊື້ຍັງຊະຊາຍ ແລະ ຍັງມີ ຜູ້ເກັບຊື້ຈາກຕ່າງປະເທດທີ່ບໍ່ສາມາດຄຸ້ມຄອງໄດ້;
3)ການສົ່ງອອກໄມ້ແປຮູບຈາກ ສປປ ລາວ ໄປ ສປ ຈີນ ມີຂັ້ນຕອນຫຍຸ້ງຍາກ;
4)ການສົ່ງອອກ ຢາງພາລາ ຈາກ ສປປ ລາວ ໄປທີ່ ສປ ຈີນ ມີຂັ້ນຕອນຫຍຸ້ງຍາກ;
5)ການຂໍອະນຸຍາດ ນຳເຂົ້າແນວພັນລ້ຽງສັດປີກ ມີຂັ້ນຕອນຫຍຸ້ງຍາກ;
6)ການເຂົ້າຫາແຫຼ່ງທຶນຂອງວິສາຫະກິດ ມີຄວາມຫຍຸ້ງຍາກ.
2.ແຂວງຫຼວງນຳ້ທາ
1)ການເຂົ້າຫາແຫຼ່ງທຶນຂອງວິສາຫະກິດ ມີຄວາມຫຍຸ້ງຍາກ;
2)ການສົ່ງອອກ ເຂົ້າ ຈາກ ສປປ ລາວ ໄປ ສປ ຈີນ ມີຂັ້ນຕອນຫຍຸ້ງຍາກ ແລະ ບໍ່ຊັດເຈນ;
3)ບໍ່ມີການຄຸ້ມຄອງການເກັບຊື້ ໝາກຕາວ ແລະ ຢາງພາລາ, ການເກັບຊື້ຍັງຊະຊາຍ ແລະ ຍັງມີ ຜູ້ເກັບຊື້ຕ່າງປະເທດທີ່ບໍ່ສາມາດຄຸ້ມຄອງໄດ້;
4)ການປະເມີນຜົນກະທົບທາງດ້ານສິ່ງແວດລ້ອມປະຈຳປີຂອງໂຮງງານ ມີຄ່າໃຊ້ຈ່າຍທີ່ສູງ;
5)ຄ່າໃຊ້ຈ່າຍໃນການສົ່ງອອກ ແລະ ຄ່າທຳນຽມຕ່າງໆ ທີ່ຕິດພັນ ກັບການສົ່ງອອກຜະລິດຕະພັນໝາກຕາວ ມີມູນຄ່າສູງ ແລະ ມີຂັ້ນຕອນສົ່ງອອກ ຫຍຸ້ງຍາກ;
6)ບໍ່ມີມາດຕະການບໍລິຫານຄວາມສ່ຽງຂອງໂລກລະບາດໃນສັດ.
3.ແຂວງຜົ້ງສາລີ
1)ການຍື່ນເອກະສານຂໍໃບອະນຸຍາດລົງທຶນ ແລະ ຂໍສຳປະທານທີ່ດິນປູກຝັງຜ່ານຫ້ອງການບໍລິການປະຕູດຽວຢູ່ແຂວງໃຊ້ເວລາດົນ;
2)ຄ່າທໍານຽມທີ່ຕິດພັນກັບການສົ່ງອອກຜົນຜະລິດກະສິກຳສູງ;
3)ການຂໍອະນຸຍາດ ຜ່ານແຜນນຳເຂົ້າ (Master List) ສໍາລັບຜະລິດຕະພັນຍົກເວັ້ນພາສີອາກອນ ມີຂັ້ນຕອນທີ່ຊໍ້າຊ້ອນ ແລະ ໃຊ້ເວລາດົນ;
4)ການເກັບຄ່າຊັບພະຍາກອນເຄື່ອງປ່າຂອງດົງ ຕໍ່ກັບສິນຄ້າປະເພດໝາກແໜ່ງທີ່ປູກເອງຈາກສວນ;
5)ການຈັດສັນແບ່ງປັນໂກຕ້າການເກັບຊື້ເຄື່ອງປ່າຂອງດົງຊັກຊ້າ, ເຮັດໃຫ້ບໍ່ທັນກັບລະດູການ;
6)ການເກັບຄ່າທໍານຽມທີ່ບໍ່ເປັນທາງການຢູ່ດ່ານ ຈາກນັກທ່ອງທ່ຽວທີ່ຊື້ສິນຄ້າກັບປະເທດ;
7)ການເຂົ້າຫາແຫຼ່ງທຶນຂອງວິສາຫະກິດ ມີຄວາມຫຍຸ້ງຍາກ;
8)ການກວດມາດຕະຖານເຕັກນິກຊິງຊັ່ງຂອງ ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ມີຄ່າທຳນຽມທີ່ສູງ ແລະ ເກັບປີລະຄັ້ງ;
9)ການຜ່ານ ແລະ ເພີ່ມມາດຕະຖານ (ຕິດດາວ) ຂອງຂະແໜງທຸລະກິດ ໂຮງແຮມ, ຄ່າໃຊ້ຈ່າຍໃນແຕ່ລະຄັ້ງ ແມ່ນສູງ ແລະ ເກັບເປັນປີ;
10)ການຄຸ້ມຄອງໂຮງງານຊາ ຂອງພະແນກ ອຸດສະຫະກຳ ການຄ້າເມືອງ ມີຄ່າທຳນຽມສູງ.