ຂ່າວ TPSWG
ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ຮ່ວມກັນປຶກສາຫາລື ບາງບັນຫາສຳຄັນ ເພື່ອສືບຕໍ່ປັບປຸງບັນຍາກາດການລົງທຶນ ໃນ ສປປ ລາວ
ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 14 ມິຖຸນາ 2024, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 22 ເຊິ່ງກອງປະຊຸມດັ່ງກ່າວ ແມ່ນເວທີ ປຶກສາຫາລື ລະຫວ່າງພາກລັດ, ພາກທຸລະກິດ, ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອແລກປ່ຽນຄຳຄິດເຫັນ ຕໍ່ກັບບັນຫາພົ້ນເດັ່ນ ທີ່ເປັນອຸປະສັກຕໍ່ການຄ້າ ແລະ ການລົງທຶນ ແລະ ພ້ອມດຽວກັນນັ້ນ ກໍ່ເປັນການສ້າງຄວາມເປັນເອກະພາບ ກ່ຽວກັບບັນດາມາດຕະການທີ່ຈຳເປັນ ໃນການລົບລ້າງ ບັນດາສິ່ງທີ່ກີດຂວາງຕໍ່ກັບການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການລົງທຶນ. ກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 22 ນີ້ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ປ.ອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ Read more…