ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເຂົ້າຮ່ວມກອງປະຊຸມ ການນໍາໃຊ້ຜົນທີ່ໄດ້ຮັບຈາກໂຄງການຊ່ວຍເຫຼືອດ້ານການຄ້າ ເຂົ້າໃນການພັດທະນາວຽກງານການຄ້າໃນບັນດາປະເທດດ້ອຍພັດທະນາໃນຂົງເຂດອາຊີ-ປາຊີຟິກ

ໃນວັນທີ 01 ກັນຍາ 2021. ກະຊວງອຸດສາຫະກໍາ ແລະ ການຄ້າ, ສປປ ລາວ, ໄດ້ຮັບເຊີນເຂົ້າຮ່ວມກອງປະຊຸມທາງໄກຈັດໂດຍ ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Enhanced Integrated Framework – EIF) ເພື່ອປຶກສາຫາລື ພາຍໃຕ້ຫົວຂໍ້ “ການນໍາໃຊ້ຜົນທີ່ໄດ້ຮັບຈາກໂຄງການຊ່ວຍເຫຼືອດ້ານການຄ້າ (Aid for Trade – AfT) ເຂົ້າໃນການພັດທະນາວຽກງານການຄ້າ ໃນບັນດາປະເທດດ້ອຍພັດທະນາ ໃນຂົງເຂດອາຊີ-ປາຊີຟິກ”. ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອແນໃສ່ການນໍາເໜີໂດຍບັນດາປະເທດທີ່ໄດ້ຮັບເລືອກ ໃຫ້ນໍາສະເໜີກ່ຽວກັບການນໍາໃຊ້ຜົນທີ່ໄດ້ຮັບ ແລະ ຊັບພະຍາກອນຂອງໂຄງການຊ່ວຍເຫຼືອດ້ານການຄ້າ ເຂົ້າໃນການເສີມສ້າງຂີດຄວາມສາມາດ ແລະ ພື້ນຖານໂຄງລ່າງທີ່ຈໍາເປັນເພື່ອສົ່ງເສີມ ການພັດທະນາເສດຖະກິດທີ່ຍືນຍົງ ແລະ ມີສ່ວນຮ່ວມ ກໍຄື ການສົ່ງເສີມວຽກງານທີ່ປະກອບສ່ວນເຂົ້າໃນ ບັນດາເປົ້າໝາຍການພັດທະນາແບບຍືນຍົງ. ທ່ານ ພູວຽງ ພົງສາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ຕາງໜ້າໃຫ້ກະຊວງອຸດສາກະກໍາ ແລະ ການຄ້າ, ເຊິ່ງເປັນກະຊວງທີ່ຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື Read more…

Follow by Email
Share