ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ຮ່ວມກັນປຶກສາຫາລື ບາງບັນຫາສຳຄັນ ເພື່ອສືບຕໍ່ປັບປຸງບັນຍາກາດການລົງທຶນ ໃນ ສປປ ລາວ

ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 14 ມິຖຸນາ 2024, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 22 ເຊິ່ງກອງປະຊຸມດັ່ງກ່າວ ແມ່ນເວທີ ປຶກສາຫາລື ລະຫວ່າງພາກລັດ, ພາກທຸລະກິດ, ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອແລກປ່ຽນຄຳຄິດເຫັນ ຕໍ່ກັບບັນຫາພົ້ນເດັ່ນ ທີ່ເປັນອຸປະສັກຕໍ່ການຄ້າ ແລະ ການລົງທຶນ ແລະ ພ້ອມດຽວກັນນັ້ນ ກໍ່ເປັນການສ້າງຄວາມເປັນເອກະພາບ ກ່ຽວກັບບັນດາມາດຕະການທີ່ຈຳເປັນ ໃນການລົບລ້າງ ບັນດາສິ່ງທີ່ກີດຂວາງຕໍ່ກັບການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການລົງທຶນ. ກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 22 ນີ້ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ປ.ອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ Read more…

ພາກລັດ ແລະ ເອກະຊົນ ຮ່ວມປຶກສາຫາລື ເພື່ອສົ່ງເສີມການລົງທຶນ ໃນ ສປປ ລາວ

ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 21 ພະຈິກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 21 ເຊິ່ງເປັນເວທີ ປຶກສາຫາລື ລະຫວ່າງ ພາກລັດ, ພາກທຸລະກີດ ລວມທັງ ທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ຄູ່ຮ່ວມພັດທະນາ ເພື່ອຮ່ວມກັນ ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນ ໃນ ສປປ ລາວ. ກອງປະຊຸມ ຄັ້ງທີ 21 ນີິ້ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ປະທານຮ່ວມຂອງ ທ່ານ ນາງ ອີນາ ມາຈູລໍນີແຕ, Read more…

ລັດຖະບານ, ພາກເອກະຊົນ ແລະ ຄູ່ຮ່ວມພັດທະນາ ປຶກສາຫາລືກ່ຽວກັບ ປະເດັນຕ່າງໆ ທີ່ມີຜົນຕໍ່ສະພາບແວດລ້ອມ ທາງການຄ້າ ແລະ ການລົງທຶນ

ນະຄອນຫຼວງວຽງຈັນ, 6 ມິຖຸນາ 2023 – ພາກລັດ, ຄູ່ຮ່ວມພັດທະນາ ແລະ ພາກທຸລະກິດ ໄດ້ພົບປະກັນໃນມື້ນີ້ ທີ່ກອງປະຊຸມໜ່ວຍງານ ຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 20 ເພື່ອ ປຶກສາຫາລື ແລະ ລາຍງານຄວາມຄືບໜ້າ ກ່ຽວກັບບັນດາບູລິມະສິດຕົ້ນຕໍທີ່ສົ່ງຜົນກະທົບ ຕໍ່ສະພາບແວດລ້ອມການຄ້າ ແລະ ການລົງທຶນໃນ ສປປ ລາວ. ກອງປະຊຸມໄດ້ຈັດຂຶ້ນໂດຍກະຊວງອຸດສາຫະກຳ ແລະ ການຄ້າ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ປະທານຮ່ວມໂດຍ ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າ ສະຫະພາບເອີຣົບ ປະຈໍາ ສປປ ລາວ, Read more…

ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ປຶກສາຫາກ່ຽວກັບ ຄວາມຄືບໜ້າຂອງການປັບປຸງ ສະພາບແວດລ້ອມການດຳເນີນທຸລະກິດ, ການຈັດຕັ້ງປະຕິບັດແຜນດຳເນີນງານ ການອຳນວຍຄວາມສະດວກ ທາງດ້ານການຄ້າ (2017-2022) ແລະ ແຜນພັດທະນາຂະແໜງການຄ້າ ແລະ ພາກທຸລະກິດ (2022-2026)

ນະຄອນຫຼວງວຽງຈັນ, 25 ພະຈິກ 2021, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມ ໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 19 (19th Trade and Private Sector Working Group Meeting), ທີ່ໂຮງແຮມ ຄລາວ ພຣາຊາ, ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ແລະ ປະທານຮ່ວມໂດຍ ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ເປັນຜູ້ອໍານວຍຄວາມສະດວກລະຫວ່າງບັນດາຜູ້ໃຫ້ທຶນພາຍໃຕ້ໂຄງການ ເຊື່ອມໂຍງເຂົ້າສາກົນດ້ານການຄ້າ Read more…

ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ປຶກສາຫາລື ແຜນບູລິມະສິດ ໄລຍະກາງ ຂອງການພັດທະນາ ຂະແໜງການຄ້າ ແລະ ພາກເອກະຊົນ

ນະຄອນຫຼວງວຽງຈັນ, 10 ພະຈິກ 2021, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 18 (the 18th Trade and Private Sector Working Group Meeting), ທີ່ໂຮງແຮມ ຄລາວ ພຣາຊາ, ນະຄອນຫຼວງວຽງຈັນ ໂດຍນໍາໃຊ້ຮູບແບບປະສົມປະສານ ຂອງລະບົບກອງປະຊຸມທາງໄກ ແລະຫ້ອງປະຊຸມ ເພື່ອຈໍາກັດຈໍານວນຜູ້ເຂົ້າຮ່ວມຕາມມາດຕະການປ້ອງກັນ ການແຜ່ລະບາດຂອງ ໂຄວິດ-19. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດການເປັນປະທານໂດຍ ທ່ານ ປອ ຄໍາແພງ ໄຊສົມແພງ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ແລະ ປະທານຮ່ວມໂດຍ ທ່ານນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ Read more…

Follow by Email
Share